ຍິນດີຕ້ອບຮັບທ່ານເຂົ້າສູ່ເວັບໄຊສ໌

ວິໄສທັດ

ວິທະຍາໄລຄູ ດົງຄຳຊ້າງ ສ້າງຄູມືອາຊີບ ນຳໃຊ້ຄວາມຮູ້ທ້ອງຖິ່ນ ແລະ ສິ່ງທັນສະໄໝ ໃສ່ໃຈສະພາບແວດລ້ອມ ພ້ອມພັດທະນາສັງຄົມ ເຊື່ອມໂຍງພາກພື້ນ ແລະ ສາກົນ.

SIGN UP
slider image
24
ພະຈິກ 2020

ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງວັນທີ 24-25 ພະຈິກ 2020

ວິທະຍາໄລຄູ ດົງຄຳຊ້າງຮ່ວມກັບກົມສ້າງຄູ ວາງສະແດງອຸປະກອນການຮຽນການສອນຂອງສະແໜງການສຶກສາຄູເພື່ອຄຳນັບກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ IX ໃນຕອນເຊົ້າຂອງວັນທີ 24 ພະຈິກ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແລະ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ. ກອງປະຊຸມ ເຊິ່ງຈະດຳເນີນໄປເປັນເວລາສອງວັນ ມີຜູ້ແທນເຂົ້າຮ່ວມທັງໝົດ 363 ສະຫາຍ, ຍິງ 103 ສະຫາຍ ເປັນຕົວແທນໃຫ້ສະມາຊິກທົ່ວອົງຄະນະພັກກະຊວງ ສຶກສາທິການ ແລະ ກິລາ ທັງໝົດ 2680 ສະຫາຍ, ຍິງ 1165 ສະຫາຍ.

20
ກໍລະກົດ 2020

ກອງປະຊຸມວຽກງານປະກັນຄຸນນະພາບການສຶກສາຂອງວິທະຍາໄລ ດົງຄຳຊ້າງ ຄັ້ງວັນທີ 20-23 ກໍລະກົດ 2020 ທີ່ສູນ ICT ພະແນກສຶກສາທິການ ແລະ ກິລາ ແຂວງ ບໍລິຄຳໄຊ

ກອງປະຊຸມກ່ຽວກັບວຽກງານປະກັນຄຸນນະພາບການສຶກສາຂອງວິທະຍາໄລຄູ ດົງຄຳຊ້າງ ໄດ້ເປີດຂຶ້ນເວລາ 9:00 ໂມງ ໃນວັນທີ 20 ກໍລະກົດ 2020 ເຊິ່ງດຳເນີນໄປເປັນເວລາ 4 ວັນ ນັບແຕ່ວັນທີ 20-23 ກໍລະກົດ 2020 ທີ່ສູນ ICT ພະແນກສຶກສາທິການ ແລະ ກິລາ ແຂວງ ບໍລິຄຳໄຊ

View More
20
ພະຈິກ 2019

ກອງປະຊຸມປະເມີນຕົນເອງຂອງວິທະຍາໄລຄູ ດົງຄຳຊ້າງ

ກອງປະຊຸມປະເມີນຕົນເອງ ຂອງວິທະຍາໄລຄູ ດົງຄຳຊ້າງ ປະຈຳສົກຮຽນ 2018-2019 ທີ່ ຫ້ອງປະຊຸມວິທະຍາໄລຄູ ດົງຄຳຊ້າງ, ຄັ້ງວັນທີ 14-15 ແລະ 18-20 ພະຈິກ 2019 ເປັນປະທານໂດຍ ທ່ານ ນາງ ວິລາ ແສງສະຫວ່າງ ຜູ້ອຳນວນການ ວິທະຍາໄລຄູ ດົງຄຳຊ້າງ ພາກສ່ວນຮັບຜິດຊອບໂຄງການ: ຫ້ອງການວັດຜົນ ແລະ ປະເມີນຜົນ ມີຈຸດປະສົງດັ່ງນີ້: 1. ເພື່ອກວດກາ, ຕິດຕາມທຸກວຽກງານພາຍໃນວິທະຍາໄລຄູ. 2. ເພື່ອປະເມີນຄຸນນະພາບການເຮັດວຽກຂອງຕົນເອງ.

View More
13
ພະຈິກ 2017

ກອງປະຊຸມຜູ້ບໍລິຫານສະຖາບັນສ້າງຄູ ປະຈຳປີ 2017

ຕອນເຊົ້າຂອງວັນທີ 13 ພະຈິກ 2017 ຜ່ານມານີ້ ຢູ່ທີ່ສະໂມສອນໃຫຍ່ຂອງວິທະຍາໄລຄູ ບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ມີພິທີເປີດກອງປະຊຸມຜູ້ບໍລິຫານສະຖາບັນສ້າງຄູ ປະຈຳປີ 2017 ພາຍໄຕ້ການເປັນປະທານຂອງທ່ານ ຮສ ດຣ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.

View More
5
ກັນຍາ 2017

ແຈ້ງການ

ເຖີງບັນດານັກສຶກສາທີ່ລາຍຊື່ດັ່ງນີໃຫ້ມາລາຍງານຕົວດ່ວນເພື່ອມາລົງທະບຽນເປັນນັກສຶກສາ ສົກຮຽນ 2017-2018 ດ່ວນ

View More
2
Seb

ກອງປະຊຸມເກັບກຳຂໍ້ມູນ ແລະ ສ້າງເຄື່ອງມືປະກັນຄຸນນພາບພາຍໃນວິທະຍາໄລຄູ ດົງຄຳຊ້າງ

ວິທະຍາໄລຄູ ດົງຄຳຊ້າງເປີດກອງປະຊຸມເກັບກຳຂໍ້ມູນ ແລະ ສ້າງເຄື່ອງມືປະກັນຄຸນນະພາບພາຍໃນ ວິທະຍາໄລຄ ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 22 ທ່ານ ຍິງ 7 ທ່ານ ໃຫ້ກຽດເຂົ້າຮ່ວມເປັນປະທານໃນກອງປະຊຸມຄັ້ງນີ້ມີທ່ານ ນາງ ວິລາ ແສງສະຫວ່າງ ເລຂາໜ່ວຍພັກ ຜູ້ອຳນວຍການວິທະຍາໄລຄູ

View More
2
Seb

ກອງປະຊຸມເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ວິທະຍາໄລຄູ ດົງຄຳຊ້າງ ແລະ ມະຫາວິທະຍາໄລ ຣາຊະພັດ ຊຽງຣາຍ

ກອງປະຊຸມເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ວິທະຍາໄລຄູ ດົງຄຳຊ້າງ ແລະ ມະຫາວິທະຍາໄລ ຣາຊະພັດ ຊຽງຣາຍ ວິທະຍາໄລຄູ ດົງຄຳຊ້າງ ແລະ ມະຫາວິທະຍາໄລ ຣາຊະພັດ ຊຽງຣາຍ ຣາຊະອານາຈັກໄທ ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມື

View More
2
Sab

ພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ມູນນິທິ ກອງທຶນເດັກເພສຕາໂລຊີ (PCF) ຂອງປະເທດເຊີວິດເຊີແລນ ແລະ ວິທະຍາໄລຄູ ດົງຄຳຊ້າງ.

ຕອນເຊົ້າຂອງວັນທີ 25 ມີນາ 2015 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຂອງວິທະຍາໄລຄູ ດົງຄຳຊ້າງ ໄດ້ມີພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ມູນນິທິ ກອງທຶນເດັກເພສຕາໂລຊີ (PCF) ຂອງປະເທດເຊີວິດເຊີແລນ ແລະ ວິທະຍາໄລຄູ ດົງຄຳຊ້າງ.

View More