ກອງປະຊຸມຜູ້ບໍລິຫານສະຖາບັນສ້າງຄູ ປະຈຳປີ 2017 (13 ພະຈິກ 2017 )

ຕອນເຊົ້າຂອງວັນທີ 13 ພະຈິກ 2017 ຜ່ານມານີ້ ຢູ່ທີ່ສະໂມສອນໃຫຍ່ຂອງວິທະຍາໄລຄູ ບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ມີພິທີເປີດກອງປະຊຸມຜູ້ບໍລິຫານສະຖາບັນສ້າງຄູ ປະຈຳປີ 2017 ພາຍໄຕ້ການເປັນປະທານຂອງທ່ານ ຮສ ດຣ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ກອງປະຊຸມດັ່ງກ່າວແມ່ນໄດ້ດຳເນີນໄປເປັນເວລາ 3 ວັນ ຄືເລີ່ມແຕ່ 13-15 ພະຈິກ 2017 ໂດຍມີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງເຈົ້າແຂວງ ແຂວງວຽງຈັນກົມສ້າງຄູ, ກົມກວດກາ, ກົມການສຶກສາຊັ້ນສູງ, ກົມການສຶກສາກ່ອນໄວຮຽນ, ກົມການເງິນ, 4 ມະຫາວິທະຍາໄລ, 10 ວິທະຍາໄລ, ຫ້ອງການສຶກສາແຂວງ, ຫ້ອງການສຶກສາເມືອງ, ສູນປະກັນຄຸນນະພາບ, ອົງການ JICA, ອົງການ UNESCO Bangkok, ໂຄງການ BEQUAL ແລະ ພາກສ່ວນອື່ນເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມຄັ້ງນີ້ ທ່ານ ນາງ ຈັນທະມາລາ ສຸທຳມະວົງ ຜູ້ອຳນວຍການວິທະຍາໄລຄູ ບ້ານເກິນ ໄດ້ຂື້ນກ່າວຕ້ອນຮັບ ແລະ ເປີດກອງປະຊຸມຢ່າງເປັນທາງການ ຈາກນັ້ນ ທ່ານ ເກດ ພັນລັກ ວ່າການຫົວໜ້າກົມສ້າງຄູ ໄດ້ຂື້ນຜ່ານບົດສະຫຼຸບຂອງກອງປະຊຸມປະຈຳປີ 2016-2017 ແລະ ແຜນການ 2017-2018. ໃນກອງປະຊຸມຄັ້ງນີ້ ທ່ານ ຮສ ດຣ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມເຊິ່ງທ່ານໄດ້ເນັ້ນຫຼາຍຈຸດສຳຄັນດັ່ງນີ້: ການຮັບນັກສຶກສາເຂົ້າມາຮຽນຄູ, ການປະຕິບັດຫຼັກສູດ, ການຂຽນບົດວິໃຈ ແລະ ສອບເສັງຈົບຊັ້ນຂອງນັກສຶກສາຄູ, ການຍົກລະດັບຂອງຄູສອນ ແລະ ນະໂຍບາຍຕ່າງໆທີ່ມີຕໍ່ຄູ. ກອງປະຊຸມແມ່ນໄດ້ຄົ້ນຄວ້າ ແລະ ປຶກສາຫາລືກ່ຽວກັບບັນຫາຕ່າງໆຂອງການສ້າງຄູທົ່ວປະເທດເຊິ່ງໄດ້ມີການຍົກຫຼາຍບັນຫາມາສົນທະນາເພື່ອຫາວິທີແກ້ໄຂ ແລະ ປັບປຸງໃຫ້ໄດ້ຮັບຜົນດີຂື້ນກວ່າເກົ່າເຊັ່ນ: ກ່ຽວກັບໂຄງປະກອບຂອງວິທະຍາໄລຄູ, ຫຼັກສູດການສອນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໂດຍສະເພາະການຈຳກັດຫ້າມການຊື້ຂາຍສິ່ງເສບຕິດ, ປະສານສົມທົບກັບພະແນກຫ້ອງການສຶກສາທິການ ແລະ ກິລາແຂວງ ເພື່ອສ້າງຕັ້ງໂຮງຮຽນສາທິດ ຊັ້ນມັດທະຍົມ, ການສ້າງຂະບວນການແຂ່ງຂັນສອນດີຮຽນເກັ່ງ, ການແຂ່ງຂັນກິລາ ແລະ ສິລະປະ ທັງພາຍໃນ ແລະ ລະຫວ່າງສະຖາບັນດ້ວຍການຜັດປ່ຽນກັນເປັນເຈົ້າພາບ.