ກອງປະຊຸມເກັບກຳຂໍ້ມູນ ແລະ ສ້າງເຄື່ອງມືປະກັນຄຸນນພາບພາຍໃນວິທະຍາໄລຄູ ດົງຄຳຊ້າງ

ວິທະຍາໄລຄູ ດົງຄຳຊ້າງເປີດກອງປະຊຸມເກັບກຳຂໍ້ມູນ ແລະ ສ້າງເຄື່ອງມືປະກັນຄຸນນະພາບພາຍໃນ ວິທະຍາໄລຄ ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 22 ທ່ານ ຍິງ 7 ທ່ານ ໃຫ້ກຽດເຂົ້າຮ່ວມເປັນປະທານໃນກອງປະຊຸມຄັ້ງນີ້ມີທ່ານ ນາງ ວິລາ ແສງສະຫວ່າງ ເລຂາໜ່ວຍພັກ ຜູ້ອຳນວຍການວິທະຍາໄລຄູ ດົງຄຳຊ້າງ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອເກັບກຳຂໍ້ມູນໃສ່ບັນດາຕົວຊີ້ວັດໃນແຕ່ລະມາດຕະຖານສຳລັບການປະເມີນຕົນເອງຂອງວິທະຍາໄລຄູ ດົງຄຳຊ້າງ ແລະ ເພື່ອສ້າງແບບສຳພາດສຳລັບການປະເມີນຕົນເອງ. ກອງປະຊຸມດັ່ງກ່າວແມ່ນໄດ້ດຳເນີນໄປເປັນເວລາ 2 ວັນ ຄືເລີ່ມແຕ່ວັນທີ 30-31 ມີນາ 2017 ໃນກອງປະຊຸມຄັ້ງນີ້ທ່ານ ນາງ ວິລາ ແສງສະຫວ່າງ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການປະກອບຂໍ້ມູນໃສ່ບັນດາຕົວຊີ້ວັດໃນການປະກັນຄຸນນພາບພາຍໃນວິທະຍາໄລຄູ ດົງຄຳຊ້າງ ແລະ ການສ້າງເຄື່ອງມືສຳພາດນັກສຶກສາຄູທີ່ລົງເຝິກງານ ແລະ ຄູປະຈຳການ ເພື່ອປະເມີນຜົນຜະລິດຂອງຕົນເອງ. ນອກນັ້ນທ່ານຍັງໄດ້ແນະນຳກ່ຽວກັບການປັບປຸງ ແລະ ພັດທະນາບາງໜ້າວຽກທີ່ກ່ຽວຂ້ອງກັບບັນດາຕົວຊີ້ວັດໃນຮ່າງປະກັນຄຸນນະພາບພາຍໃນອີກດ້ວຍ
ພາບ, ຂ່າວ ແລະ ເຕັກນິກໂດຍ: ແກ້ວມຸກດາ ຂັດຕິຍະວົງ.